Your Email*
Your Message
Δ
ເຈົ້າຢາກມີໝູ່ທີ່ພິເສດບໍ ລອງອ່ານປື້ມເລັ້ມນີ້ ແລ້ວເຈົ້າຈະພົບວ່າ ເຈົ້າມີໝູ່ທີ່ພິເສດທີ່ສຸດຢູ່ແລ້ວ!
ໜູນ້ອຍມັກໂອ້ອວດ ວ່າຕົນເອງເກັ່ງ ແລະ ແຂງແຮງກວ່າໝູ່. ມື້ນີ້ ລີງຊວນໝູ່ໄປຂີ່ເຮືອ ແຕ່ໝູຢາກຂີ່ຜູ້ດຽວ. ມັນຈະເກີດຫຍັງຂຶ້ນ? ໄປອ່ານນຳກັນເທາະ.
ນີ້ແມ່ນບົດກະວີສັ້ນກ່ຽວກັບໝວກຮູບຈວຍ ຫຼື ເອີ້ນວ່າ ກູບ ນັ້ນເອງ. ມັນເປັນໝວກທີ່ປະດິດມາຈາກໃບອ້ອຍ. ມັນຖືກນຳໃຊ້ໄດ້ຢ່າງຫຼວງຫຼາຍ. ແລ້ວເຈົ້າຕ້ອງການຮູ້ຂໍ້ມູນເພີ່ມເຕີມກ່ຽວກັບໝວກທີ່ໜ້າສົນໃຈນີ້ ຫຼື ບໍ?
ຊານຸ ໃຫຍ່ເກີນໄປທີ່ ແອມມີ້ ຈະອູ້ມໄດ້. ແລະ ນ້ອຍເກີນໄປທີ່ຈະໄປໂຮງຮຽນຄົນດຽວໄດ້. ແລ້ວເຈົ້າເດ, ເຈົ້ານ້ອຍເກີນໄປທີ່ຈະອ່ານດ້ວຍຕົນເອງ? ຫຼື ໃຫຍ່ເກີນໄປທີ່ຈະອ່ານອອກສຽງຮ່ວມກັບຄົນອື່ນ? ລອງເປີດອ່ານເລື່ອງນີ້ ແລະ ຄົ້ນຫາຄຳຕອບເບິ່ງ.
ມາຄົ້ນຫານຳກັນ ວ່າໃຜແດ່ທີ່ຊ່ວຍເດັກນ້ອຍຄົນນີ້ ເຮັດປຶ້ມອ່ານຈົນສຳເລັດ! ແປເປັນພາສາລາວໂດຍ ວິນິດສາ ຈັນທະວົງ, ກວດແກ້ພາສາລາວໂດຍ ສີວຽງແກ້ວ ບຸນລືໄຕ.
ມາຊ່ວຍ ໂບໂບ ໃຫ້ກຽມພ້ອມໃນການໄປໂຮງຮຽນ ໂດຍການບອກຊື່ກິດຈະກຳທັງໝົດທີ່ລາວຕ້ອງເຮັດໃນຕອນເຊົ້ານີ້.
By navigating this website, you agree to the storing of cookies on your device to enhance site navigation and analyze site usage.