ແມງຫິ່ງຫ້ອຍ ມີຫຍັງແດ່?
ເມື່ອແມງຫິ່ງຫ້ອຍນ້ອຍບິນຜ່ານປ່າ, ລາວກໍໄດ້ຊື່ນຊົມສັດທຸກໆໂຕທີ່ລາວບິນຜ່ານ. ທັງຕັກກະແຕນທີ່ຢູ່ຫຍ້າທີ່ຂຽວງາມ, ແມງກະເບື້ອທີ່ກຳລັງກະພືປີກ, ນົກທີ່ກຳລັງຖັກສານສ້າງຮັງ, ພ້ອມທັງແມງມູມ ທີ່ກຳລັງກະໂລດສານໃຍຈາກຕົ້ນໄມ້ນີ້ຫາຕົ້ນໄມ້ນັ້ນ. ແມງຫິ່ງຫ້ອຍນ້ອຍ ຮູ້ສຶກອິດສາ, ເປັນຫຍັງ ລາວຄືບໍ່ງາມຄືກັນກັບສັດອື່ນໆ? ພວກເຈົ້າສາມາດຊ່ວຍຫິ່ງຫ້ອຍນ້ອຍ ຊອກຫາຄວາມງາມທີ່ລາວສາມາດນຳມາໃຫ້ແກ່ປ່າໄມ້ໄດ້ບໍ?