ເຈົ້າຢາກມີໝູ່ທີ່ພິເສດບໍ ລອງອ່ານປື້ມເລັ້ມນີ້ ແລ້ວເຈົ້າຈະພົບວ່າ ເຈົ້າມີໝູ່ທີ່ພິເສດທີ່ສຸດຢູ່ແລ້ວ!
ໜູນ້ອຍມັກໂອ້ອວດ ວ່າຕົນເອງເກັ່ງ ແລະ ແຂງແຮງກວ່າໝູ່. ມື້ນີ້ ລີງຊວນໝູ່ໄປຂີ່ເຮືອ ແຕ່ໝູຢາກຂີ່ຜູ້ດຽວ. ມັນຈະເກີດຫຍັງຂຶ້ນ? ໄປອ່ານນຳກັນເທາະ.
ຊ້າງນ້ອຍກຽມໄປໂຮງຮຽນມື້ທຳອິດ. ລາວໄດ້ກຽມອຸປະກອນຫຼາຍຢ່າງໃສ່ຖົງ ແລະ ກໍໄປໂຮງຮຽນ. ຈະມີຫຍັງເກີດຂຶ້ນຢູ່ທີ່ໂຮງຮຽນ? ພວກເຮົານຳຊ້າງນ້ອຍໄປໂຮງຮຽນນຳກັນເທາະ.
ຊານຸ ໃຫຍ່ເກີນໄປທີ່ ແອມມີ້ ຈະອູ້ມໄດ້. ແລະ ນ້ອຍເກີນໄປທີ່ຈະໄປໂຮງຮຽນຄົນດຽວໄດ້. ແລ້ວເຈົ້າເດ, ເຈົ້ານ້ອຍເກີນໄປທີ່ຈະອ່ານດ້ວຍຕົນເອງ? ຫຼື ໃຫຍ່ເກີນໄປທີ່ຈະອ່ານອອກສຽງຮ່ວມກັບຄົນອື່ນ? ລອງເປີດອ່ານເລື່ອງນີ້ ແລະ ຄົ້ນຫາຄຳຕອບເບິ່ງ.
ມາຄົ້ນຫານຳກັນ ວ່າໃຜແດ່ທີ່ຊ່ວຍເດັກນ້ອຍຄົນນີ້ ເຮັດປຶ້ມອ່ານຈົນສຳເລັດ! ແປເປັນພາສາລາວໂດຍ ວິນິດສາ ຈັນທະວົງ, ກວດແກ້ພາສາລາວໂດຍ ສີວຽງແກ້ວ ບຸນລືໄຕ.
ມາຊ່ວຍ ໂບໂບ ໃຫ້ກຽມພ້ອມໃນການໄປໂຮງຮຽນ ໂດຍການບອກຊື່ກິດຈະກຳທັງໝົດທີ່ລາວຕ້ອງເຮັດໃນຕອນເຊົ້ານີ້.
By navigating this website, you agree to the storing of cookies on your device to enhance site navigation and analyze site usage.