ຣາຈານີ ມັກການແຕ້ມຮູບໂດຍການໃຊ້ຈິນຕະນາການຂອງລາວເອງ. ຢ່າງໃດກໍຕາມ ແມ່ຂອງລາວມັກສົງໄສວ່າ ເປັນຫຍັງຮູບແຕ້ມຂອງຣາຈານີຈິ່ງບໍ່ສົມຈິງ. ແລ້ວຣາຈານີ ຈະເຮັດໃຫ້ແມ່ຂອງລາວຮູ້ໄດ້ແນວໃດວ່າ ການແຕ້ມຮູບທີ່ຖືກຕ້ອງບໍ່ແມ່ນມີແຕ່ວິທີດຽວ?
ເຈົ້າຢາກມີໝູ່ທີ່ພິເສດບໍ ລອງອ່ານປື້ມເລັ້ມນີ້ ແລ້ວເຈົ້າຈະພົບວ່າ ເຈົ້າມີໝູ່ທີ່ພິເສດທີ່ສຸດຢູ່ແລ້ວ!
ໜູນ້ອຍມັກໂອ້ອວດ ວ່າຕົນເອງເກັ່ງ ແລະ ແຂງແຮງກວ່າໝູ່. ມື້ນີ້ ລີງຊວນໝູ່ໄປຂີ່ເຮືອ ແຕ່ໝູຢາກຂີ່ຜູ້ດຽວ. ມັນຈະເກີດຫຍັງຂຶ້ນ? ໄປອ່ານນຳກັນເທາະ.
ສັດທັງຫຼາຍກຳລັງພາກັນຫິວໂຫຍ ແຕ່ຊາວນາພັດຍັງບໍ່ທັນກັບມາ. ພວກມັນເລີຍຕັດສິນໃຈຊອກຫາອາຫານກິນດ້ວຍຕົວເອງ. ແລະ ນັ້ນກໍ່ແມ່ນ ເມື່ອສິ່ງຕ່າງໆເກີດຂຶ້ນ!
ໝານ້ອຍໄດ້ຍິນສຽງທີ່ດັງຫຼາຍ ເຊິ່ງມັນລົບກວນການນອນໃນຕອນກາງຄືນ. ມັນຈິ່ງພະຍາຍາມຊອກຫາວ່າ ໃຜເປັນຜູ້ເຮັດສຽງດັງ ດັ່ງກ່າວນັ້ນ. ແລະ ເຈົ້າຄິດວ່າສຽງດັງນັ້ນ ແມ່ນມາຈາກໃສ?
ແອັບເປີ້ນສີຂຽວ ເປັນໝາກໄມ້ສີຂຽວພຽງຊະນິດດຽວ ທີ່ມີຢຸ່ໃນຕະຫຼາດ. ລາວຕ້ອງການເປັນສີແດງຄືກັນກັບໝາກໄມ້ຊະນິດອື່ນໆ. ມາຮ່ວມພະຈົນໄພໄປກັບແອັບເປີ້ນຂຽວ ເພື່ອປ່ຽນສີຂອງລາວ.
[object Object]
ນີ້ແມ່ນບົດກະວີສັ້ນກ່ຽວກັບໝວກຮູບຈວຍ ຫຼື ເອີ້ນວ່າ ກູບ ນັ້ນເອງ. ມັນເປັນໝວກທີ່ປະດິດມາຈາກໃບອ້ອຍ. ມັນຖືກນຳໃຊ້ໄດ້ຢ່າງຫຼວງຫຼາຍ. ແລ້ວເຈົ້າຕ້ອງການຮູ້ຂໍ້ມູນເພີ່ມເຕີມກ່ຽວກັບໝວກທີ່ໜ້າສົນໃຈນີ້ ຫຼື ບໍ?
ຊ້າງນ້ອຍກຽມໄປໂຮງຮຽນມື້ທຳອິດ. ລາວໄດ້ກຽມອຸປະກອນຫຼາຍຢ່າງໃສ່ຖົງ ແລະ ກໍໄປໂຮງຮຽນ. ຈະມີຫຍັງເກີດຂຶ້ນຢູ່ທີ່ໂຮງຮຽນ? ພວກເຮົານຳຊ້າງນ້ອຍໄປໂຮງຮຽນນຳກັນເທາະ.
ເດັກນ້ອຍມັກແບ່ງປັນປະສົບການ ຫລື ສິ່ງທີ່ພວກເຂົາຮູ້ ກັບຜູ້ອື່ນ. ‘ໄປຊຶ້ປຶ້ມອ່ານ’ ສະແດງໃຫ້ເຫັນວ່າ ປະສົບການເຫລົ່ານັ້ນມັນມ່ວນຂະໜາດໃດ. ລອງໄປຕິດແທດກັບພວກເຂົ້າເອື້ອຍນ້ອງ ຕອນທີ່ພວກເຂົາເລືອກປຶ້ມຢູ່ໃນຮ້ານໜັງສື. ແປເປັນພາສາລາວໂດຍ ນ. ນິພາພອນ ຈະເລີນພົນ, ນ. ຫລ້ານ້ອຍ ຈັນທະມີໄຊ, ທ. ສຸວຽງ ຜາໄຊ, ທ. ອຳພອນ ດວງຄຳດີ, ສີໄກສອນ ພົມມະເທບ. ກວດແກ້ພາສາລາວໂດຍ ປ. ປາລີນາ ແລະ ນ. ພຸດສະຫວັນ ສຸກອ່ອນສີ.